Strong Teams, Strong Impact 💪🌿
After a productive annual planning workshop where partners from Xayaboury, Luang Prabang, Huaphan, Oudomxay, Luang Namtha, and Bokeo came together to review progress, address challenges, sharing lessons learned from the implementation of the Climate Protection through Avoided Deforestation (CliPAD), aligning on key actions to strengthen forest protection and climate resilience across Lao PDR and set priorities for the next half year — Afterwards, over 80 CliPAD colleagues gathered for a team building retreat.
Through strategic games, creative flag design, team challenges, and a heartfelt appreciation circle, the retreat offered space to reconnect, recharge, and reflect on how we support each other and the mission we share in climate and forest protection.
With the expert guidance of Katalyst Partners, the sessions blended interactive coaching, playful group dynamics, and meaningful reflection reminding us that the real engine of change is the people behind the work.
Because team building isn’t just about fun. It’s about strengthening purpose, deepening trust, and preparing together for the road ahead.
🌱 We even got our hands in the soil with a green planting activity promoting good environmental practices in action! #TeamworkInAction #GIZCliPAD #StrongerTogether #ClimateAction #ForestProtection #Laos
ທີມງານທີ່ເຂັ້ມແຂງ, ຜົນໄດ້ຮັບທີ່ເຕັມເມັດເຕັມໜ່ວຍ💪🌿
ຫຼັງຈາກສິ້ນສຸດ ກອງປະຊຸມວຽກງານແຜນການປະຈໍາປີ ທີ່ມີຄູ່ຮ່ວມງານ ຈາກ ແຂວງໄຊຍະບູລີ, ຫຼວງພະບາງ, ຫົວພັນ, ອຸດົມໄຊ, ຫຼວງນໍ້າທາ ແລະ ບໍ່ແກ້ວ ເຂົ້າຮ່ວມ ເພື່ອທົບທວນຄືນ ຄວາມຄືບໜ້າ, ແກ້ໄຂສິ່ງທ້າທາຍ, ແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດໂຄງການ ປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (CliPAD), ພ້ອມກັບກໍານົດທິດທາງກິດຈະກໍາທີ່ສໍາຄັນ ເພື່ອສ້າງຄວາມເຂັ້ມແຂງ ແກ່ ການປົກປັກຮັກສາປ່າໄມ້ ແລະ ການປັບຕົວເຂົ້າກັບ ການປ່ຽນແປງຂອງດິນຟ້າອາກາດ ຢູ່ ສປປ ລາວ ແລະ ກໍານົດບູລິມະສິດ ສໍາລັບເຄິ່ງປີຕໍ່ໜ້າ – ໃນອະນາຄົດ, ຄູ່ຮ່ວມງານຫຼາຍກວ່າ 80 ຄົນ ໄດ້ໂຮມຕົວກັນ ເພື່ອເຮັດກິດຈະກໍາ ການສ້າງທີມງານທີ່ເຂັ້ມແຂງ.
ຫຼັງຈາກໄດ້ຫຼີ້ນເກມຕ່າງໆ ບໍ່ວ່າຈະເປັນ ການອອກແບບທຸງ ດ້ວຍຄວາມຄິດສ້າງສັນ, ກິດຈະກໍາ ທີ່ກ່ຽວຂ້ອງກັບສິ່ງທ້າທາຍຂອງທີມ, ແລະ ການນັ່ງອ້ອມວົງ ເພື່ອຍົກຍ້ອງສັນລະເສີນກັນແລະກັນ ດ້ວຍຄວາມຈິງໃຈ, ກິດຈະກໍາການສ້າງທີມງານທີ່ເຂັ້ມແຂງ ຍັງໄດ້ໃຫ້ໂອກາດ ໃນການສ້າງສາຍພົວພັນ, ສ້າງຄວາມເຂັ້ມແຂງ, ແລະ ສະທ້ອນໃຫ້ເຫັນເຖິງ ວິທີການ ທີ່ພວກເຮົາຊ່ວຍເຫຼືອເຊີ່ງກັນແລະກັນ ລວມທັງ ພາລະກິດ ທີ່ໄດ້ເຮັດຮ່ວມກັນ ໃນການປົກປັກຮັກສາ ສະພາບດິນຟ້າອາກາດ ແລະ ປ່າໄມ້.
ດ້ວຍການຊີ້ນໍາ ຈາກ ຊ່ຽວຊານ ຂອງ ບໍລິສັດ Katalyst Partners, ວາລະ ຂອງ ກິດຈະກໍາການສ້າງທິມງານທີ່ເຂັ້ມແຂງ ໄດ້ປະກອບມີ ການສອນໃນຮູບແບບການສົນທະນາ, ການຫຼິ້ນເກມເປັນກຸ່ມ, ແລະ ການໃຫ້ຄໍາຄິດເຫັນ ທີ່ມີຄວາມໝາຍ, ຊື່ງເຮັດໃຫ້ພວກເຮົາຮູ້ວ່າ ເຄື່ອງຈັກທີ່ສ້າງການປ່ຽນແປງທີ່ແທ້ຈິງ ແມ່ນຄົນຜູ້ທີ່ຢູ່ເບື້ອງຫຼັງ ການເຮັດວຽກ.
ເນື່ອງຈາກວ່າ ກິດຈະກໍາການສ້າງທີມງານທີ່ເຂັ້ມແຂງ ບໍ່ພຽງແຕ່ເປັນການສ້າງຄວາມມ່ວນຊື່ນເທົ່ານັ້ນ, ແຕ່ຍັງເນັ້ນຫນັກເຖິງຈຸດປະສົງຂອງການຈັດຕັ້ງປະຕິບັດໂຄງການ, ການສ້າງຄວາມສາມັກຄີພາຍໃນອົງກອນ ແລະ ຄູ່ຮ່ວມພັດທະນາ ແລະ ເພື່ອຈັດຕັ້ງປະຕິບັດໂຄງການໃຫ້ດີຂຶ້ນໃນອະນາຄົດ.
🌱 ພວກເຮົາ ຮ່ວມມືກັນ ຈັດກິດຈະກໍາປູກຕົ້ນໄມ້, ເພື່ອສົ່ງເສີມວຽກງານການຮັກສາສິ່ງແວດລ້ອມ! #TeamworkInAction #GIZCliPAD #StrongerTogether #ClimateAction #ForestProtection #Laos

