ສປປ ລາວ ຍັງເປັນໜຶ່ງ ໃນບັນດາປະເທດ ທີ່ມີອັດຕາຄວາມປົກຫຸ້ມຂອງປ່າໄມ້ ສູງທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້. ປ່າໄມ້ ເປັນຂະແໜງເສດຖະກິດທີ່ສຳຄັນ ແລະ ສ້າງລາຍຮັບ ແລະ ຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນຈຳນວນຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ນັບຕັ້ງແຕ່ຊຸມປີ 1960, ປ່າໄມ້ ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ຊຶ່ງສ່ວນໃຫຍ່ ແມ່ນຍ້ອນ ການຂະຫຍາຍກະສິກຳ, ການພັດທະນາພື້ນຖານໂຄງລ່າງ ແລະ ການຂຸດຄົ້ນໄມ້. ການນຳໃຊ້ທີ່ດິນ ທີ່ບໍ່ຍືນຍົງ ແລະ ການຂາດ ມາດຕະການປົກປັກຮັກສາປ່າໄມ້ ເຮັດໃຫ້ການບໍລິການ ດ້ານລະບົບນິເວດທີ່ສຳຄັນ ຫຼຸດລົງ ແລະ ເຮັດໃຫ້ຄວາມສ່ຽງ ທີ່ຕິດພັນກັບສະພາບດິນຟ້າອາກາດ ມີຄວາມຮ້າຍແຮງຂຶ້ນ

ເພື່ອແກ້ໄຂບັນຫານີ້, ລັດຖະບານລາວ ໄດ້ພັດທະນາ ແຜນງານ ຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (ER) ຂອງ ຕົນຂຶ້ນ, ຊຶ່ງໄດ້ນຳສະເໜີ ເປົ້າໝາຍອັນສູງສົ່ງ ຕໍ່ ແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ແລະ ໄດ້ລົງມືປະຕິບັດ ກົດໝາຍປ່າໄມ້ສະບັບໃໝ່, ມີການຫ້າມສົ່ງອອກໄມ້ ແລະ ມີກອບການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຈາກ ການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ (REDD+) ຂອງ ອົງການສະຫະປະຊາຊາດ.

ຈຸດປະສົງ