ໂຄງການປ້ອງກັນດິນຟ້າອາກາດ

ໂດຍການຫຼີກລ້ຽງການທໍາລາຍປ່າໄມ້

  • ກ່ຽວກັບໂຄງການ,
  • ການດຳເນີນງານ,
  • ພື້ນທີ່ດຳເນີນງານ,
  • ເອກະສານ,
  • ປະກາດເຊີນສະເໜີໂຄງການ,
  • ຕິດຕໍ່ພວກເຮົາ
  • English

ກ່ຽວກັບພວກເຮົາ

Forest patrolling

Participatory Land Use Planning 2.0

ສປປ ລາວ ເປັນໜຶ່ງ ໃນບັນດາປະເທດ ທີ່ມີປ່າໄມ້ອຸດົມສົມບູນທີ່ສຸດ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍມີປ່າໄມ້ກວມເອົາເກືອບ 58% ຂອງເນື້ອທີ່ດິນທົ່ວປະເທດ. ຫຼາຍກວ່າ 70% ຂອງປະຊາກອນ ອາໄສຢູ່ໃນ ຫຼື ຢູ່ໃກ້ກັບ ພູມິທັດປ່າໄມ້ ແລະ ອາໄສປ່າໄມ້ເຫຼົ່ານັ້ນ ເພື່ອຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ສໍາລັບສ້າງລາຍຮັບ ແລະ ເອກະລັກທາງວັດທະນະທຳ. ເຖິງຢ່າງໃດກໍ່ຕາມ, ການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ ລະບົບນິເວດເຫຼົ່ານີ້ ແລະ ປະກອບສ່ວນເຂົ້າໃນ ການປ່ຽນແປງຂອງດິນຟ້າອາກາດ.

ໂຄງການປ້ອງກັນດິນຟ້າອາກາດ ໂດຍຫຼີກລ່ຽງການທໍາລາຍປ່າໄມ້ (CliPAD) ໄດ້ຖືກສ້າງຕັ້ງຂຶ້ນ ເພື່ອຕອບສະໜອງຕໍ່ ສິ່ງທ້າທາຍເຫຼົ່ານີ້ ດ້ວຍການເສີມສ້າງ ລະບົບການຄຸ້ມຄອງປ່າໄມ້ ແລະ ສົ່ງເສີມ ການຄຸ້ມຄອງພູມິທັດປ່າໄມ້ ແບບຍືນຍົງ. ໂຄງການ CliPAD ສະໜັບສະໜູນ ການຈັດຕັ້ງປະຕິບັດ ແຜນງານຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ຂອງ ສ.ປ.ປ. ລາວ ແລະ ມີຈຸດປະສົງ ເພື່ອຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ພ້ອມທັງປັບປຸງຊີວິດການເປັນຢູ່ ຂອງ ຊົນນະບົດ ໃນຊຸມຊົນທີ່ເພິ່ງພາອາໄສປ່າໄມ້.

ໃນປີ 2019, ກອງທຶນດິນຟ້າອາກາດສີຂຽວ ໄດ້ຮັບຮອງເອົາ ໂຄງການ “ຈັດຕັ້ງປະຕິບັດ ການຄຸ້ມຄອງປ່າໄມ້ ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL, FP117)”. ໂດຍອີງໃສ່ຜົນສຳເລັດຜ່ານມາ, ໂຄງການໄລຍະທີສອງ, ໂຄງການ “ຜັນຂະຫຍາຍ ການຈັດຕັ້ງປະຕິບັດ ແຜນງານຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ໂດຍປັບປຸງການຄຸ້ມຄອງພູມີທັດປ່າໄມ້ ແບບຢືນຍົງ ຢູ່ ສປປ ລາວ (SU I-GFLM, FP200)”, ໄດ້ຮັບການເປີດໂຕ ເພື່ອຜັນຂະຫຍາຍ ແລະ ເພີ່ມທະວີ ຜົນໄດ້ຮັບ ຂອງແຜນງານ.

ທັງໝົດທັງມວນນີ້, ໄລຍະໂຄງການເຫຼົ່ານີ້ ແມ່ນເລີ່ມຕັ້ງແຕ່ ເດືອນກໍລະກົດ 2019 ໄປຫາ ເດືອນມີນາ 2027 ແລະ ສະໜັບສະໜູນ ການປັບປຸງ ການຄຸ້ມຄອງບໍລິຫານ, ການນຳໃຊ້ທີ່ດິນ ແບບຍືນຍົງ, ແລະ ການຄຸ້ມຄອງພູມິທັດປ່າໄມ້ ໃນໄລຍະຍາວໃນທົ່ວພື້ນທີ່ ຂອງ ແຜນງານຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ.

ໂຄງການ CliPAD ໄດ້ຮັບການຈັດຕັ້ງປະຕິບັດ ໂດຍມີການຮ່ວມມືກັນຢ່າງໃກ້ຊິດກັບ ກົມປ່າໄມ້, ກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ (EFF), ພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ, ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ພາຍໃຕ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.

ໄລຍະທີໜຶ່ງ (ພຶດສະພາ 2020 – ພຶດສະພາ 2024)

ໄລຍະທຳອິດ ແມ່ນສຸມໃສ່ ແຂວງຫົວພັນ, ຫຼວງພະບາງ, ແລະ ໄຊຍະບູລີ. ໂຄງການ ໄດ້ເສີມການສ້າງລະບົບ ການຄຸ້ມຄອງບໍລິຫານປ່າໄມ້, ສະໜັບສະໜູນ ການວາງແຜນການນຳໃຊ້ທີ່ດິນແບບມີສ່ວນຮ່ວມ (PLUP), ສົ່ງເສີມ ການປະຕິບັດ ການຜະລິດກະສິກຳ ແບບຍືນຍົງ (PSAP), ແລະ ປັບປຸງ ການຄຸ້ມຄອງປ່າໄມ້ ໃນລະດັບແຂວງ ແລະ ເມືອງ.

ໄລຍະທີສອງ (ມີນາ 2023 – ມີນາ 2027)

ໂດຍອີງໃສ່ຜົນໄດ້ຮັບເຫຼົ່ານີ້, ໂຄງການໄລຍະທີສອງ ໄດ້ຜັນຂະຫຍາຍກິດຈະກຳ ໄປສູ່ແຂວງ ແລະ ເມືອງ ທີ່ເພີ່ມເຂົ້າມາໃໝ່. ໂຄງການສືບຕໍ່ເສີມສ້າງ ຄວາມອາດສາມາດ ແກ່ ສະຖາບັນການຈັດຕັ້ງ, ເສີມຂະຫຍາຍ ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ, ແລະ ສະໜັບສະໜູນຊຸມຊົນ ໃນການປົກປັກຮັກສາ ພູມິທັດປ່າໄມ້ ພ້ອມທັງປັບປຸງຊີວິດການເປັນຢູ່.

ທັງໝົດທັງມວນນີ້, ຄວາມພະຍາຍາມດັ່ງກ່າວ ຈະປະກອບສ່ວນເຂົ້າໃນ ການຫຼຸດຜ່ອນ ການປ່ອຍທາດອາຍເຮືອນແກ້ວ ແລະ ເສີມສ້າງຄວາມທົນທານ ຕໍ່ ການປ່ຽນແປງ ຂອງ ດິນຟ້າອາກາດ ໃຫ້ແກ່ຊຸມຊົນຊົນນະບົດ ໃນທົ່ວພື້ນທີ່ ຂອງ ແຜນງານ.

Forest patrolling

Participatory Land Use Planning 2.0

Climate

ໂຄງການປ້ອງກັນດິນຟ້າອາກາດ ໂດຍການຫຼີກລ້ຽງການທໍາລາຍປ່າໄມ້

  • ໜ້າຫຼັກ
  • ກ່ຽວກັບໂຄງການ
  • ການດຳເນີນງານ
  • ພື້ນທີ່ດຳເນີນງານ
  • ເອກະສານ
  • ປະກາດເຊີນສະເໜີໂຄງການ
  • ຕິດຕໍ່ພວກເຮົາ
  • ນະໂຍບາຍສ່ວນຕົວ

© 2026 www.clipad.com | Designed by DataVerse Consulting