Climate protection starts at village level. A village is saving its forest
During a recent visit to Ban Houaypheng, Luang Prabang Province, Mr. Thorsten Schäfer-Gümbel, Chair of the GIZ Management Board, and Mr. Mattias Giegerich, Director General of GIZ´s Department Asia, Pacific, Latin America, and the Caribbean, met with representatives from local authorities and communities practicing sustainable forest management.
The visit provided space for direct exchange with village representatives and project partners highlighting how GIZ supports Village Forest Management, and promotes Sustainable and Deforestation-Free Agricultural Practices, Discussions focused on how community-led approaches contribute to forest protection, climate change resilience, and sustainable rural development. The exchange pointed out the importance of local ownership and coordination with government institutions to ensure long-term impact. Co-financed by Germany and the Green Climate Fund, Climate Protection through Avoided Deforestation (CliPAD) is a EUR 62 million project contributing to Lao PDR’s Emission Reduction Programme and Nationally Determined Contributions (NDCs). By the end of the project, these combined efforts aim to reduce 11.7 tons of CO2 equivalent while strengthening sustainable livelihoods at village level.
ການປົກປ້ອງດິນຟ້າອາກາດ ແມ່ນຕ້ອງເລີ່ມຕົ້ນຈາກລະດັບບ້ານ ເພື່ອປົກປັກຮັກສາປ່າໄມ້ແບບຢືນຍົງ
ໃນການຢ້ຽມຢາມບ້ານຫ້ວຍເເພງ ແຂວງຫຼວງພະບາງ, ທ່ານ ທໍສະເຕັນ ເຊເຟີ-ກຸມເບວ (Thorsten Schäfer-Gümbel), ປະທານຄະນະກຳມະການບໍລິຫານ GIZ, ແລະ ທ່ານ ມັດທິອັສ ກີເກີຣິກ (Matthias Giegerich), ຫົວໜ້າກົມໃຫຍ່ ອາຊີ, ປາຊີຟິກ, ລາຕິນອາເມລິກາ ແລະ ກາຣິບຽນ (APLAC) ຂອງ GIZ, ໄດ້ພົບປະກັບການປົກຄອງທ້ອງຖິ່ນ ແລະ ຊຸມຊົນທີ່ກຳລັງດຳເນີນການຄຸ້ມຄອງປ່າໄມ້ຢ່າງຍືນຍົງ.
ການຢ້ຽມຢາມໃນຄັ້ງນີ້ໄດ້ສ້າງພື້ນທີ່ໃຫ້ມີການແລກປ່ຽນໂດຍກົງກັບບ້ານ ແລະ ຄູ່ຮ່ວມງານ ໂດຍເນັ້ນໃຫ້ເຫັນວ່າ GIZ ໄດ້ສະໜັບສະໜູນການຄຸ້ມຄອງປ່າໄມ້ຂອງບ້ານ ແລະ ສົ່ງເສີມການປະຕິບັດກະສິກຳຢ່າງຍືນຍົງ ແລະ ບໍ່ທຳລາຍປ່າໄມ້.
ການຫາລືໄດ້ເນັ້ນໃສ່ ວິທີການ ໂດຍທີ່ຊຸມຊົນເປັນຜູ້ນໍາໃນການຊ່ວຍໃນການປົກປ້ອງປ່າໄມ້, ເສີມສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງດິນຟ້າອາກາດ ແລະ ສົ່ງເສີມການພັດທະນາຊຸມຊົນຢ່າງຍືນຍົງ. ການແລກປ່ຽນດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງຄວາມເປັນເຈົ້າການໃນທ້ອງຖິ່ນ ແລະ ການປະສານງານກັບຄູ່ຮ່ວມງານ ເພື່ອຮັບປະກັນຄວາມຢືນຍົງໃນລະຍະຍາວ. ໂຄງການ ການປົກປ້ອງດິນຟ້າອາກາດ ໂດຍການຫຼີກລ້ຽງການທຳລາຍປ່າໄມ້ (CliPAD) ເປັນໂຄງການມູນຄ່າ 62 ລ້ານເອີໂຣ ທີ່ໄດ້ຮັບການຮ່ວມທຶນໂດຍປະເທດເຢຍລະມັນ ແລະ ກອງທຶນດິນຟ້າອາກາດສີຂຽວ (Green Climate Fund), ເພື່ອສະໜັບສະໜູນການຫຼຸດຜ່ອນການປ່ອຍກາສເຮືອນແກ້ວ ແຫ່ງຊາດ ຂອງ ສປປ ລາວ. ໂຄງການດັ່ງກ່າວມ ແມ່ນເປົ້າໝາຍທີ່ຈະຊ່ວຍຫຼຸດການປ່ອຍກາສເຮືອນແກ້ວໃຫ້ໄດ້ 11.7 ລ້ານໂຕນ CO₂ ທຽບເທົ່າ ພ້ອມທັງການສ້າງຄວາມເຂັ້ມແຂງ ໃນກິດຈະກໍາສົ່ງເສີມຊີວິດຢ່າງຍືນຍົງໃຫ້ແກ່ຊຸມຊົນໃນລະດັບບ້ານ.

